ລັດຖະມົນຕີປ້ອງກັນປະເທດຈີນ ເຂົ້າຮ່ວມ ກອງປະຊຸມຄວາມໝັ້ນຄົງສາກົນ ຄັ້ງທີ 11
ທ່ານ ຫຼີຊ້າງຝູ ທີ່ປຶກສາແຫ່ງລັດ, ລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ
ທ່ານ ຫຼີຊ້າງຝູ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີ ກະຊວງປ້ອງກັນປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງ
ທີ 11 ເຊິ່ງໄຂຂຶ້ນໃນ ວັນທີ 15 ສິງຫາ ນີ້, ຢູ່ນະຄອນຫຼວງ ມົດສະກູ ປະເທດ ຣັດເຊຍ.
ໃນໂອກາດດັ່ງກ່າວ, ທ່ານ ຫຼີຊ້າງຝູ ກ່າວວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນ, ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ສົ່ງເສີມ
ທັດສະນະດ້ານຄວາມໝັ້ນຄົງທີ່ມີລັກສະນະຮ່ວມກັນ, ກວມລວມ, ຮ່ວມມື ແລະ ຍືນຍົງ, ເດີນຕາມເສັ້ນທາງແຫ່ງຄວາມໝັ້ນຄົງແບບໃໝ່ທີ່ “ ສົນທະ
ນາກັນແຕ່ຫາກບໍ່ແມ່ນເປັນປໍລະປັກກັນ, ເປັນເພື່ອນມິດກັນແຕ່ບໍ່ຮ່ວມກຸ່ມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແຕ່ຫາກບໍ່ແມ່ນເກມຜົນລວມເປັນສູນ ” ເຊິ່ງ
ໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ.
ຂໍ້ລິເລີ່ມ ວ່າດ້ວຍຄວາມໝັ້ນຄົງທົ່ວໂລກໄດ້ແບກຫາບຄວາມປາຖະໜາຕໍ່ສັນຕິພາບໂລກ, ຄວາມຄອງຄອຍຕໍ່ການຢູ່ຮ່ວມກັນຢ່າງປອງດອງ ກໍຄື
ການສະແຫວງຫາການພັດທະນາຮ່ວມກັນ. ຝ່າຍຈີນຄອງຄອຍພ້ອມກັບປະເທດຕ່າງໆ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ
ເພື່ອເພີ່ມຄວາມໝັ້ນຄົງ ແລະ ພະລັງແຮງໃນທາງບວກຫຼາຍກວ່າເກົ່າໃຫ້ກັບໂລກທີ່ສັບສົນປັ່ນປ່ວນ.
ທ່ານ ຫຼີຊ້າງຝູ ກ່າວຕື່ມວ່າ: ກອງທັບຈີນ ເປັນກຳລັງເດັດດ່ຽວໃນການປົກປັກຮັກສາສັນຕິພາບໂລກ. ພວກຂ້າພະເຈົ້າຍິນດີສືບຕໍ່ເພີ່ມທະວີຄວາມ
ໄວ້ເນື້ອເຊື່ອໃຈທາງຍຸດທະສາດຄວາມໝັ້ນຄົງດ້ານການທະຫານ ກໍຄືການຮ່ວມມືຕົວຈິງໃນຂົງເຂດຕ່າງໆ ກັບກອງທັບປະເທດຕ່າງໆ, ຮ່ວມກັນສ້າງເວ
ທີການຮ່ວມມືດ້ານຄວາມໝັ້ນຄົງ ເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາສັນຕິພາບໂລກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 18/08/2023